ພະເຈົ້າໄດ້ຊົງປົດປ່ອຍໂມເຊ ແລະ ຊາວອິດສະລາເອນອອກຈາກເອຢິບ ດ້ວຍລິດອຳນາດຂອງປັດສະຄາ. ຊາວອິດສະລາເອນບໍ່ໄດ້ປະຕິບັດຕາມປັດສະຄາ ເປັນເວລາ 38 ປີ, ແຕ່ພວກເຂົາໄດ້ປະຕິບັດຕາມປັດສະຄາ ຢ່າງຖືກຕ້ອງກ່ອນເຂົ້າໄປໃນດິນແດນການາອານ. ໂດຍຜ່ານປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ນັ້ນ, ພະເຢຊູ ໄດ້ຊົງສະເດັດມາ ແລະ ປະທານຊີວິດນິລັນແກ່ມະນຸດຊາດດ້ວຍພະອົງເອງ. ໂດຍຜ່ານສິ່ງເຫຼົ່ານີ້ ເຮົາເຫັນໄດ້ວ່າ ປັດສະຄາ ເປັນພະບັນຍັດທີ່ສຳຄັນ ເຊິ່ງມະນຸດທັງປວງຕ້ອງຮຽນຮູ້ຈາກບັນພະບຸລຸດຂອງພວກເຂົາ.
ໃນປັດຈຸບັນ, ພະຄິດອັນຊັງໂຮງ ໄດ້ຊົງສັ່ງສອນກ່ຽວກັບປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ແກ່ພວກເຮົາອີກຄັ້ງ ເຊິ່ງບໍ່ໄດ້ປະຕິບັດຕາມເປັນເວລາ 1,600 ປີ ແລະ ພາຍໃຕ້ການນໍາພາຂອງພະເຈົ້າພະມານດານັ້ນ ຜູ້ເຊື່ອຖືຂອງຄິດສະຕະຈັກຂອງພະເຈົ້າ ໃນທັງທົ່ວໂລກໄດ້ປະຕິບັດຕາມຢ່າງສັກສຸດ. ນີ້ເປັນຍ້ອນພະພອນ ທີ່ໜ້າອັດສະຈັນຂອງການເປັນລູກຂອງພະເຈົ້າ ທີ່ບັນຈຸຢູ່ໃນປັດສະຄາ.
ແຕ່ບັັດນີ້ຈົ່ງຫັນມາພີ້ ແລະ ສູ້ຄະດີກັນເບິ່ງ ສູ້ຄະດີກັບພະເຈົ້າອົງຊົງລິດອໍານາດກຽງໄກ; ຖ້າເຈົ້າສັດຊື່ແທ້ ແລະ ເປັນຄົນບໍລິ ສຸດແລ້ວ ພະເຈົ້າກໍຈະມາຊ່ວຍຊູເຈົ້າໄວ້ ທັງຈະປົວແປງເຈົ້າກັບຄອບຄົວຂຶ້ນໃໝ່ ພະອົງຈະໃຫ້ບໍາເໜັດແກ່ເຈົ້າເຊັ່ນກັນ. ຊັບສິນຂອງເຈົ້າກໍບໍ່ທໍ່ໃດດອກຈາກທີ່ໄດ້ເສຍໄປ ເມື່ອທຽບໃສ່ກັບທີ່ພະອົງຈະໃຫ້ເຈົ້າເທື່ອໃໝ່. (ຂໍທ່ານຈົ່ງຖາມຄົນຮຸ່ນກ່ອນ ແລະ ຄົ້ນຫາສິ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ຮຽນຮູ້, NIV)
ໂຢບ 8:5-8
ພວກສາວົກໄດ້ມາຫາພະເຢຊູ ແລະ ຖາມພະອົງວ່າ “ທ່ານຢາກໃຫ້ພວກຜູ້ຂ້າຈັດແຈງອາຫານປັດສະຄາສໍາລັບທ່ານຢູ່ທີ່ໃດ?” ... ພະເຢຊູກໍຈັບເອົາເຂົ້າຈີ່ຂຶ້ນມາ... “ຈົ່ງຮັບເອົາກິນເຖີດ ນີ້ແຫຼະແມ່ນກາຍຂອງເຮົາ... “ພວກທ່ານທຸກຄົນ ຈົ່ງດື່ມເຖີດ ນີ້ແຫຼະແມ່ນເລືອດຂອງເຮົາ ເຊິ່ງຫຼັ່ງໄຫຼອອກສໍາລັບຄົນເປັນອັນມາກ ເພື່ອການບາບຈະໄດ້ຮັບອະໄພ. ພະເຈົ້າປະທັບຕາຄໍາໝັ້ນສັນຍາຂອງພະອົງດ້ວຍເລືອດນີ້.
ມັດທາຍ 26:17-28
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ