ແມ່ນແຕ່ໃນມື້ນີ້, ຕາມຄໍາສັ່ງຂອງພະເຈົ້າທີ່ໃຫ້ປະຕິບັດຕາມຄໍາໝັ້ນສັນຍາໃໝ່ເຊັ່ນ: ມື້ພະ
ແລະ ປັດສະຄາ ມີພະປະສົງອັນເລິກເຊິ່ງຂອງພະອົງ ທີ່ຄ້າຍຄືກັບເວລາທີ່ພະເຈົ້າໄດ້ຊົງ
ກ່າວແກ່ອາດາມ ແລະ ເອວາ ໃນສວນເອເດນວ່າ “ຢ່າກິນໝາກໄມ້ຈາກຕົ້ນທີ່ໃຫ້ຮູ້ຈັກດີ
ແລະຮູ້ຈັກຊົ່ວ” ເພື່ອທີ່ຈະອວຍພະພອນພວກເຂົາ. ນັ້ນປະກອບດ້ວຍພະປະສົງທີ່ສູງສຸດ
ທີ່ຈະຊົງປະທານພະພອນໃຫ້ແກ່ມະນຸດ ໂດຍຜ່ານຄໍາໝັ້ນສັນຍາໃໝ່.
ຖ້າພວກເຮົາພຽງແຕ່ເພິ່ງພາປະສົບການ ແລະ ຄວາມຮູ້ຂອງຕົນເອງ ແລະ ຖືພະຄໍາຂອງ
ພະເຈົ້າຢ່າງຕໍ່າຕ້ອຍ, ຄວາມຍາກລໍາບາກ ແລະ ໂຊກຮ້າຍຈະຕິດຕາມພວກເຮົາໃນທີ່ສຸດ.
ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ໄດ້ຊົງສັ່ງສອນພວກເຮົາວ່າ ເມື່ອຖືວ່າ
ພະຄໍາຂອງພະເຈົ້າເປັນສິ່ງລໍ້າຄ່າດັ່ງທີ່ ດານີເອນ, ຊັດລາກ, ເມຊາກ ແລະ ອາເບັດເນໂກ
ໄດ້ເຮັດ, ພວກເຮົາກໍຈະໄດ້ຮັບພະພອນ ແລະ ສະຫງ່າລາສີທີ່ຈະເຮັດໃຫ້ໂລກນີ້ປະຫຼາດໃຈ.
“ຈົ່ງເຊື່ອຟັງຢ່າງສັດຊື່ພະບັນຍັດທັງປວງ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນມື້ນີ້
ເພື່ອພວກເຈົ້າຈະມີຊີວິດຢູ່, ມີຈໍານວນຄົນຕື່ມຂຶ້ນ ແລະ ຍຶດຄອງດິນແດນທີ່ພະຜູ້ເປັນເຈົ້າ
ໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ.
[ພະບັນຍັດ 8:1]
“ຖ້າພວກເຈົ້າເຊື່ອຟັງພະຜູ້ເປັນເຈົ້າ ອົງເປັນພະເຈົ້າຂອງພວກເຈົ້າ ແລະ ປະຕິບັດຢ່າງສັດຊື່
ຕາມພະຄໍາສັ່ງທຸກຂໍ້ ທີ່ຂ້າພະເຈົ້າພວມມອບໃຫ້ພວກເຈົ້າມື້ນີ້; ພະອົງຈະບັນດານໃຫ້ພວກເຈົ້າ
ເປັນໃຫຍ່ກວ່າຊົນຊາດອື່ນໆເທິງແຜ່ນດິນໂລກ.
[ພະບັນຍັດ 28:1]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ