ເຊັ່ນດຽວກັນກັບສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ຜູ້ທີ່ຍອມຮັບການກົດຂີ່ ແລະ ການຂົ່ມເຫັງ ຂອງຈັກກະພັດ ເນໂລ ດ້ວຍຄວາມເຊື່ອທີ່ໝັ້ນຄົງໃນພະເຈົ້າ ແລະ ຄວາມຫວັງໃນສະຫວັນ, ພວກເຮົາກໍຄວນສະສົມພະພອນໄວ້ໃນສະຫວັນ ເພື່ອທີ່ຈະມີຊີວິດຢູ່ຕະຫຼອດໄປເຊັ່ນກັນ.
ການດໍາລົງຊີວິດເພື່ອສະຫວັນທີ່ນິລັນ ບ່ອນທີ່ບໍ່ມີຄວາມຕາຍ, ຄວາມເຈັບປວດ ຫຼື ຄວາມໂສກເສົ້າ ແມ່ນຊີວິດທີ່ສະຫຼາດ ເໝືອນດັ່ງອັກຄະທູດໂປນ ທີ່ມຸ່ງໜ້າໄປສູ່ສະຫວັນ ຫຼັງຈາກໄດ້ເຫັນສະຫວັນຊັ້ນທີສາມ ບໍ່ຄືກັບ ຢູດາ ອິດສະກາລິໂອດ ທີ່ເລືອກຈະມີຊີວິດຢູ່ຊົ່ວຄາວ ໂດຍໃຫ້ຄຸນຄ່າກັບຄວາມປາຖະໜາທາງໂລກ.
ຝ່າຍຄວາມທຸກລໍາບາກອັນເບົາບາງ ແລະ ຊົ່ວຄາວທີ່ພວກເຮົາທົນຢູ່ນີ້ ແມ່ນເພື່ອຕຽມພວກເຮົາສູ່ສະຫງ່າລາສີອັນຍິ່ງໃຫຍ່ ແລະ ຕະຫຼອດໄປ ຈົນຫາທີ່ປຽບບໍ່ໄດ້. ດ້ວຍວ່າພວກເຮົາບໍ່ໄດ້ປັກໃຈໃສ່ສິ່ງທີ່ຕາເຫັນ ແຕ່ໃສ່ສິ່ງທີ່ຕາບໍ່ເຫັນ. ສິ່ງທີ່ຕາເຫັນກໍເປັນຂອງຊົ່ວຄາວ ແຕ່ສິ່ງທີ່ຕາບໍ່ເຫັນກໍດໍາລົງຢູ່ຕະຫຼອດໄປ. [2 ໂກລິນໂທ 4:17-18]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ