ພະຄຳພີໄດ້ໃຫ້ຮູ້ຈັກວ່າ
ຈະມີການຫຼໍ່ຫຼອມ ແລະ ການທົດສອບຢ່າງຫຼວງຫຼາຍ
ຈົນກວ່າພວກເຮົາຈະເຂົ້າໄປສູ່ສະຫວັນທີ່ນິລັນ.
ຈະຖືກຫຼໍ່ຫຼອມ ໂດຍຜ່ານການທົດສອບທາງການເງິນ,
ບາງຄົນໂດຍຜ່ານຄວາມສຳພັນກັບຄົນອ້ອມຂ້າງ
ແລະ ບາງຄົນ ໂດຍຜ່ານຄວາມຮູ້ພຽງເລັກນ້ອຍ.
ພະຄຳພີກ່າວວ່າ ບັນດາຜູ້ຄົນທີ່ໄຊຊະນະ
ການຫຼໍ່ຫຼອມເຫຼົ່ານີ້ ມີຄຸນຄ່າຫຼາຍກວ່າຄຳ
ແລະ ພວກເຂົາຈະໄດ້ຮັບຄຳສັນລະເສີນ,
ສະຫງ່າລາສີ ແລະ ກຽດສັກສີ ຈາກພະເຈົ້າໃນສະຫວັນ.
ຈຸດມຸ່ງໝາຍຂອງເຫດການເຫຼົ່ານີ້ ກໍເພື່ອພິສູດຄຸນຄ່າ
ແຫ່ງຄວາມເຊື່ອຂອງພວກທ່ານ. ແມ່ນແຕ່ຄໍາ
ເຊິ່ງຖືກທໍາລາຍໄດ້ກໍຍັງຖືກລອງເບິ່ງດ້ວຍໄຟ;
ດັ່ງນັ້ນແຫຼະ ຄວາມເຊື່ອຂອງພວກທ່ານ
ເຊິ່ງປະເສີດຫຼາຍກວ່າຄໍາ ຈຶ່ງຕ້ອງຖືກທົດລອງເບິ່ງ
ຄືກັນວ່າຈະທົນຢູ່ໄດ້ສໍ່າໃດ. ແລ້ວພວກທ່ານກໍຈະໄດ້
ຮັບຄໍາສັນລະເສີນ, ສະຫງ່າລາສີ,
ແລະ ກຽດສັກສີໃນມື້ທີ່ພະເຢຊູຄິດມາປະກົດ.
1 ເປໂຕ 1:7
ດັ່ງທີ່ພະເຢຊູໄດ້ຊົງກ່າວໃນ 2.000 ປີກ່ອນວ່າ
“ຈົ່ງແບກໄມ້ກາງແຂນ ແລະ ຕາມເຮົາມາ”
ບັນດາຜູ້ເຊື່ອຖືໃນຄິດສະຕະຈັກຕອນຕົ້ນ ໄດ້ແບກໄມ້ກາງແຂນຂອງຕົນ
ແລະ ຫຼໍ່ຫຼອມໃນຄວາມເຊື່ອ ໂດຍຊົມຊື່ນຍິນດີຢູ່ສະເໝີ
ແລະ ຈິດໃຈທີ່ຂອບພະຄຸນ ໃນທຸກສະພາບການ.
ນັ້ນກໍ່ເພາະວ່າ ຄວາມຍາກລໍາບາກ
ທີ່ພວກເຮົາຜ່ານຜ່າໃນໂລກນີ້ ບໍ່ສາມາດທຽບກັບ
ສະຫງ່າລາສີທີ່ພວກເຮົາຈະໄດ້ຮັບໃນສະຫວັນໄດ້.
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ