ໃນສອງພັນປີກ່ອນ, ບັນດາສາວົກ ແລະ ບັນດາຜູ້ເຊື່ອຖືຂອງຄິດສະຕະຈັກຕອນຕົ້ນ
ໄດ້ເຊື່ອວ່າ ພະເຢຊູຊົງເປັນພະເຈົ້າ ເພາະວ່າ ພະອົງໄດ້ຊົງສັນຍາແກ່ພວກເຂົາ
ເຖິງອານາຈັກສະຫວັນທີ່ນິລັນ ໂດຍຜ່ານຄໍາໝັ້ນສັນຍາໃໝ່. ເຊັ່ນດຽວກັນນີ້,
ບັນດາຜູ້ເຊື່ອຖືໃນຄິດສະຕະຈັກຂອງພະເຈົ້າ ເຊື່ອໃນພະອັນຊັງໂຮງ ແລະ ພະເຈົ້າພະມານດາ.
ພະເຈົ້າໄດ້ຊົງກະທໍາພາລະກິດ ດ້ວຍພະນາມທີ່ແຕກຕ່າງກັນ ໃນສະໄໝທີ່ແຕກຕ່າງກັນ
ໃນຖານະພະເຈົ້າພະບິດາ ພະເຢໂຮວາ, ພະເຈົ້າພະບຸດ ພະເຢຊູ ແລະ ພະເຈົ້າພະວິນຍານບໍລິສຸດ
ພະອັງຊັງໂຮງ. ແຕ່ຊົງເປັນໜຶ່ງດຽວກັນ ແລະ ເປັນພະເຈົ້າອົງດຽວກັນ
ເພາະໄດ້ຊົງຕັ້ງຄໍາໝັ້ນສັນຍາໃໝ່ ເຊິ່ງເປັນເຄື່ອງໝາຍຂອງພະເຈົ້າ.
ພະຜູ້ເປັນເຈົ້າກ່າວວ່າ “ເມື່ອເວລານັ້ນມາເຖິງ” ເຮົາຈະເຮັດຄໍາໝັ້ນສັນຍາໃໝ່ ກັບປະຊາຊົນອິດສະລາເອນ ແລະ ກັບປະຊາຊົນຢູດາ... “ເຮົາຈະຕັ້ງບັນຍັດຂອງເຮົາໄວ້ພາຍໃນເຂົາ ແລະ ຂຽນບັນຍັດນັ້ນ ໄວ້ທີ່ຫົວໃຈຂອງເຂົາເຈົ້າ. ເຮົາຈະເປັນພະເຈົ້າຂອງເຂົາ ແລະ ເຂົາກໍ່ຈະເປັນປະຊາຊົນຂອງເຮົາ.” [ເຢເລມີຢາ 31:31-33]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ