ທຸກໆສິ່ງຢູ່ໃນໂລກນີ້ຖືກອອກແບບ ແລະ ນໍາພາໂດຍພະເຈົ້າ ຕາມພະປະສົງຂອງພະອົງ.
ເມື່ອສອງພັນປີກ່ອນ, ພະເຢຊູໄດ້ຊົງຖາມວ່າ “ທ່ານເຊື່ອຫຼືບໍ່ວ່າ ເຮົາມີລິດອໍານາດເຮັດສິ່ງນີ້ໄດ້?”
ແລະ ຫຼັງຈາກທີ່ໄດ້ເຫັນຄວາມເຊື່ອຂອງຊາຍຕາບອດສອງຄົນແລ້ວ, ພະອົງໄດ້ເຮັດໃຫ້ຕາທີ່ບອດຂອງພວກເຂົາເຫັນຮຸ່ງ.
ໃນທຸກວຽກງານແຫ່ງຂ່າວປະເສີດ ມີສິ່ງທີ່ສໍາຄັນທີ່ສຸດແມ່ນຄວາມເຊື່ອໃນພະເຈົ້າ.
ໃນມື້ນີ້, ທັງທົ່ວໂລກໄດ້ນະມັດສະການ ແລະ ສັນລະເສີນແກ່ ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ເພາະວ່າ ພະເຈົ້າໄດ້ຊົງສໍາເລັດທຸກສິ່ງຕາມທີ່ມີກ່າວໄວ້ວ່າ “ຂ່າວປະເສີດຈະຖືກປະກາດໄປທົ່ວໂລກ” ແລະ ບັນດາຜູ້ເຊື່ອຖືທີ່ໄດ້ຮັບພະວິນຍານບໍລິສຸດ ໃນເທດສະການປຸກຕູບຢູ່ນັ້ນ ໄດ້ເຊື່ອ ແລະ ປະຕິບັດຕາມພະຄໍາເຫຼົ່ານັ້ນ.
ພໍພະເຢຊູໄດ້ຈາກບ່ອນນີ້ ແລະ ຜ່ານໄປ ກໍມີຊາຍຕາບອດສອງຄົນຕາມພະອົງມາ. ເຂົາຮ້ອງຂຶ້ນວ່າ “ເຊື້ອວົງດາວິດເອີຍ ໂຜດເມດຕາພວກຜູ້ຂ້າແດ່ທ້ອນ!”... ພະອົງຖາມເຂົາວ່າ
“ໝູ່ເຈົ້າເຊື່ອວ່າ ເຮົາປິ່ນປົວໝູ່ເຈົ້າໃຫ້ຫາຍດີໄດ້ບໍ?” (“ທ່ານເຊື່ອຫຼືບໍ່ວ່າ ເຮົາມີລິດອໍານາດເຮັດສິ່ງນີ້ໄດ້?”, THSV11) “ເຊື່ອ ທ່ານເອີຍ!” ເຂົາຕອບ. ແລ້ວພະເຢຊູກໍບາຍຕາເຂົາ ແລະ ກ່າວວ່າ “ຈັ່ງຊັ້ນ ໃຫ້ເປັນໄປຕາມຄວາມເຊື່ອຂອງໝູ່ເຈົ້າເຖີດ!” ແລະ ສາຍຕາຂອງເຂົາກໍກັບເຫັນຮຸ່ງ...
[ມັດທາຍ 9:27-30]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ