ເມື່ອພວກເຮົາບໍ່ມີຄວາມເຊື່ອ, ສະພາບແວດລ້ອມທີ່ຢູ່ອ້ອມຂ້າງພວກເຮົາຈະດໍາເນີນໄປ
ໃນທາງທີ່ຜິດ, ແຕ່ເມື່ອພວກເຮົາມີຄວາມເຊື່ອ, ທຸກຢ່າງກໍຈະເປັນໄປດ້ວຍດີ.
ພວກເຮົາຕ້ອງຄໍານຶງເຖິງຫຼັກການນີ້ ໂດຍຜ່ານພະຄໍາພີ ແລະ ປະຖິ້ມຄວາມກັງວົນ,
ຄວາມຢ້ານກົວ, ຄວາມເປັນທຸກໃຈ ແລະ ຄວາມກະວົນກະວາຍທັງໝົດ ຈາກຊີວິດ ແຫ່ງຄວາມເຊື່ອຂອງພວກເຮົາ.
ພະຄຳພີໄດ້ບັນທຶກປະຫວັດສາດຂອງກີເດໂອນ, ປະຫວັດສາດຂອງໂຢຊວຍ, ປະຫວັດສາດ
ແຫ່ງການແຍກທະເລແດງ ແລະ ປະຫວັດສາດຂອງເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ.
ເບິ່ງຄືວ່າ ເປັນໄປບໍ່ໄດ້ໃນສາຍຕາຝ່າຍຮ່າງກາຍ, ແຕ່ພະເຈົ້າໄດ້ຊົງກະທໍາໃຫ້ທຸກສິ່ງສຳເລັດ.
ເຊັ່ນດຽວກັນ, ຖ້າພວກເຮົາເຊື່ອໃນພະຄໍາຂອງພະຄິດອັນຊັງໂຮງ ແລະ ພະເຈົ້າພະມານດາ
ແລະ ຄໍາສັ່ງສອນຂອງພະເຢຊູທີ່ວ່າ ຂ່າວປະເສີດແຫ່ງຄໍາໝັ້ນສັນຍາໃໝ່ ຈະຖືກປະກາດ
ໄປທັງທົ່ວໂລກ, ທຸກສິ່ງກໍຈະສໍາເລັດຕາມພະຄໍາຂອງພະອົງ.
ແຕ່ຜູ້ທີ່ສົງໄສເຖິງສິ່ງທີ່ຕົນກິນ ພະເຈົ້າກໍປະນາມຜູ້ນັ້ນເມື່ອລາວກິນ ເພາະລາວບໍ່ໄດ້ກິນ
ຕາມທີ່ຕົນເຊື່ອ. ສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອ ກໍເປັນບາບທັງສິ້ນ.
[ໂລມ 14:23]
“‘ຖ້າຊ່ວຍໄດ້ຊັ້ນຫວາ!’ ພະເຢຊູກ່າວຕໍ່ຜູ້ເປັນພໍ່ “ທຸກໆຢ່າງເປັນໄປໄດ້ສໍາລັບຜູ້ທີ່ມີຄວາມເຊື່ອ.”
[ມາລາໂກ 9:23]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ