ເຖິງແມ່ນວ່າ ໄດ້ຖືກພິຍານໄວ້ທົ່ວທັງພະຄໍາພີກໍຕາມ, ແຕ່ບາງຄົນກໍບໍ່ເຊື່ອໃນ ພະເຈົ້າພະບິດາ ແລະ ພະເຈົ້າພະມານດາ ແລະ ເຖິງແມ່ນວ່າ ພວກເຂົາເອີ້ນພະເຈົ້າວ່າ “ພະບິດາ”, ແຕ່ພວກເຂົາກໍບໍ່ໄດ້ປະຕິບັດຕາມປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ເຊິ່ງເປັນຫົນທາງໃນການສືບທອດເນື້ອກາຍ ແລະ ເລືອດຂອງພະເຈົ້າ.
ຄົນເຫຼົ່ານີ້ຈະຖືກແຍກອອກຈາກພະເຈົ້າໃນທ້າຍສຸດ.
ພະເຈົ້າຊົງກ່າວວ່າ “ເຮົາຈະເປັນພໍ່ຂອງພວກເຈົ້າ ພວກເຈົ້າຈະເປັນລູກຊາຍຍິງຂອງເຮົາ” ແລະ ໂດຍຜ່ານຄໍາເອີ້ນໃນຄອບຄົວເຫຼົ່ານີ້, ພະອົງໄດ້ຊົງເຮັດໃຫ້ພວກເຮົາຮູ້ຈັກວ່າ ມະນຸດແມ່ນຄອບຄົວແຫ່ງສະຫວັນຝ່າຍຈິດວິນຍານ.
ດັ່ງນັ້ນ, ສະມາຊິກຄິດສະຕະຈັກຂອງພະເຈົ້າ ເປັນຄອບຄົວແຫ່ງສະຫວັນ ຈຶ່ງເຊື່ອໃນພະເຈົ້າພະບິດາ ແລະ ພະເຈົ້າພະມານດາ, ແລະ ຍ່າງຕາມທາງແຫ່ງຄວາມເຊື່ອ ໂດຍການຮັກເຊິ່ງກັນແລະກັນ ສັນພີ່ນ້ອງຊາຍສາວ.
ດັ່ງນັ້ນແຫຼະ...ເຮົາກໍຈະຮັບເອົາພວກເຈົ້າ. ເຮົາຈະເປັນພໍ່ຂອງພວກເຈົ້າ
ພວກເຈົ້າຈະເປັນລູກຊາຍຍິງຂອງເຮົາ ພະຜູ້ເປັນເຈົ້າອົງຊົງລິດອໍານາດຍິ່ງໃຫຍ່ກ່າວຈາດັ່ງນີ້.”
]2 ໂກລິນໂທ 6:17-18]
ແຕ່ກຸງເຢລູຊາເລັມ ທີ່ເທິງຊັ້ນຟ້ານັ້ນເປັນອິດສະຫຼະ ແລະ ນາງກໍເປັນແມ່ຂອງພວກເຮົາ.
[ຄາລາເຕຍ 4:26]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ