ໃນຊ່ວງຊີວິດຂອງພວກເຮົາ, ມີຫຼາຍກິດຈະກໍາທີ່ແຕກຕ່າງກັນເຊັ່ນ: ການປະກອບອາຊີບ
ແລະ ການປູກຝັງຄວາມຮູ້. ແຕ່ສຸດທ້າຍແລ້ວ, ພຽງແຕ່ເມື່ອພວກເຮົາພົບພະວິນຍານ
ແລະ ເຈົ້າສາວ ຄືພະບິດາ ພະອັນຊັງໂຮງ ແລະ ພະເຈົ້າພະມານດາເທົ່ານັ້ນ, ພວກເຮົາຈຶ່ງສາມາດຮັບນໍ້າແຫ່ງຊີວິດ, ໄດ້ຮັບອະໄພການບາບ ແລະ ກັບຄືນສູ່ບ້ານເມືອງ ທີ່ນິລັນຂອງພວກເຮົາ ຄືອານາຈັກສະຫວັນ.
ພະຄໍາພີເປັນປຶ້ມແຫ່ງຄໍາທໍານວາຍ ທີ່ຖືກບັນທຶກໄວ້ໂດຍຜູ້ທີ່ໄດ້ຮັບການດົນໃຈຈາກ
ພະວິນຍານບໍລິສຸດ, ຄໍາທໍານວາຍທີ່ວ່າ ພະເຈົ້າ ຜູ້ຊົງເປັນຄວາມສະຫວ່າງແຫ່ງຄວາມຈິງ ຈະຊົງສະເດັດມາສູ່ແຜ່ນດິນໂລກ ທີ່ປົກຄຸມຢູ່ໃນຄວາມມືດ ແລະ ຊ່ວຍມະນຸດຊາດໃຫ້ພົ້ນ
ແລະ ທໍານວາຍໄວ້ວ່າ ຊາຕານຈາກສວນເອເດນ ຜູ້ທີ່ຕໍ່ຕ້ານພະເຈົ້າພະມານດາ
ຈະພົບກັບການທໍາລາຍ.
ມຶງກັບຍິງນັ້ນຈະຖືກເຮັດໃຫ້ກຽດຊັງກັນ; ພົງພັນຂອງຍິງ ແລະ ມຶງຈະເປັນສັດຕູຄູ່ອາຄາດ.
ພົງພັນຂອງຍິງນັ້ນຈະຢຽບຫົວມຶງໃຫ້ມຸ່ນ; ແລະ ພົງພັນມຶງກໍຈະຕອດສົ້ນໜ່ອງເຂົາໃຫ້ບວມ.”
[ປະຖົມມະການ 3:15]
ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະ ອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງ
ທີ່ເຫຼືອຄື: ທຸກຄົນທີ່ປະຕິບັດຕາມບັນຍັດຂອງພະເຈົ້າ ແລະ ຊື່ສັດຕໍ່ຄວາມຈິງ ເຊິ່ງຖືກ
ເປີດເຜີຍໂດຍພະເຢຊູ. “ຝ່າຍພະຍານາກ ກໍໄດ້ຢືນຢູ່ທີ່ແຄມທະເລ...”
[ພະນິມິດ 12:17-13:1]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ