ເມື່ອພະເຈົ້າຊົງເລືອກທະຫານກິເດໂອນ, ພະອົງໄດ້ຊົງປະຕິເສດຜູ້ທີ່ມີຄວາມຢ້ານ. ພະອົງຊົງເນັ້ນຢໍ້າສະເໝີ ແກ່ກອງທັບຂອງໂຢຊວຍວ່າ ບໍ່ຕ້ອງຢ້ານ. ໂດຍຜ່ານເລື່ອງນີ້, ພວກເຮົາສາມາດເຫັນໄດ້ວ່າ ສິ່ງທີ່ສໍາຄັນທີ່ສຸດ ແມ່ນ ເຊື່ອໃນພະສັນຍາຂອງພະເຈົ້າ ແລະ ເດີນໄປຂ້າງໜ້າດ້ວຍຄວາມກ້າຫານ.
ເຊັ່ນດຽວກັບຊາວອິດສະລາເອນ ທີ່ບໍ່ໄດ້ເຊື່ອໃນພະສັນຍາຂອງພະເຈົ້າ ໄດ້ແຜ່ກະຈາຍຂ່າວບໍ່ດີ ແລະ ໄດ້ຈົ່ມກ່ຽວກັບການາອານ, ຖ້າພວກເຮົາລັງເລເພາະວ່າ ພວກເຮົາຢ້ານຜູ້ຄົນ ແລະ ສະພາບແວດລ້ອມ ພວກເຮົາກໍຈະບໍ່ສາມາດເຂົ້າອານາຈັກສະຫວັນ ການາອານຝ່າຍຈິດວິນຍານໄດ້. ເມື່ອພວກເຮົາປະກາດຂ່າວປະ ເສີດແຫ່ງອານາຈັກສະຫວັນຢ່າງກ້າຫານ ໂດຍເຊື່ອໃນພະສັນຍາທີ່ພະຄິດອັນຊັງໂຮງ ແລະ ພະເຈົ້າພະມານດາ ຊົງມອບໃຫ້ ເພື່ອອວຍພອນພວກເຮົາ, ວຽກງານທີ່ອັດສະຈັນແຫ່ງຂ່າວປະເສີດ ທີ່ຈະເຮັດໃຫ້ທັງທົ່ວໂລກປະຫຼາດໃຈນັ້ນ ກໍຈະເກີດຂຶ້ນ.
ຈົ່ງຕັ້ງໜ້າອ່ານປຶ້ມພະບັນຍັດນີ້ໃນເວລານະມັດສະການ. ຈົ່ງສຶກສາເອົາທຸກມື້ທຸກຄືນ ແລະ ໃຫ້ແນ່ໃຈວ່າ
ເຈົ້າເຊື່ອຟັງທຸກໆສິ່ງທີ່ໄດ້ມີຂຽນໄວ້ໃນນັ້ນ. ແລ້ວເຈົ້າກໍຈະຈະເລີນຮຸ່ງເຮືອງ ແລະ ຈະປະສົບຄວາມສໍາເລັດ.
ຈົ່ງຈົດຈໍາວ່າ ເຮົາໄດ້ສັ່ງເຈົ້າໃຫ້ມີໃຈເດັດດ່ຽວ ແລະ ກ້າຫານ! ຢ່າຢ້ານ ຫຼື ທໍ້ຖອຍກໍາລັງໃຈ
ເພາະເຮົາຄືພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ.”
[ໂຢຊວຍ 1:8-9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ