ໃນຄອບຄົວຂອງອັບລາຮາມ ທັງເອລີເອເສ ແລະ ອິດຊະມາເອນບໍ່ໄດ້ຮັບມໍລະດົກ.
ອີຊາກລູກຜູ້ສຸດທ້າຍ ໄດ້ຮັບມໍລະດົກໂດຍຜ່ານພໍ່ ແລະ ແມ່ຂອງລາວທີ່ເປັນເສລີຊົນ.
ນີ້ແມ່ນບົດຮຽນທີ່ພະເຈົ້າໄດ້ຊົງສັ່ງສອນມະນຸດຊາດ. ແມ່ນແຕ່ໃນທຸກມື້ນີ້, ເມື່ອພວກເຮົາ
ກາຍເປັນລູກຂອງພະບິດາພະອັນຊັງໂຮງ ແລະ ພະເຈົ້າພະມານດາ ໂດຍຜ່ານຄໍາໝັ້ນ
ສັນຍາໃໝ່, ພວກເຮົາກໍຈະສາມາດກາຍເປັນປະໂລຫິດ ດັ່ງກະສັດໃນສະຫວັນ ໃນຖານະຜູ້ສືບທອດມໍລະດົກຂອງພະເຈົ້າ.
ເມື່ອພະເຢຊູຊົງກ່າວວ່າ “ເຈົ້າຈະບໍ່ໄດ້ເປັນສາວົກຂອງເຮົາອີກຕໍ່ໄປ” ເປໂຕໄດ້ຕົກໃຈຫຼາຍ
ເພາະມີພຽງແຕ່ຜູ້ທີ່ມີສ່ວນຮ່ວມກັບພະເຈົ້າເທົ່ານັ້ນ ທີ່ຈະສາມາດຮັບຄວາມພົ້ນ ແລະ
ເຂົ້າສູ່ອານາຈັກສະຫວັນໄດ້.
ນີ້ແມ່ນເຫດຜົນທີ່ບັນດາສະມາຊິກຂອງຄິດສະຕະຈັກຂອງພະເຈົ້າ ທຸ່ມເທໝົດທັງຫົວໃຈ
ໃສ່ໃນການປະກາດກ່ຽວກັບພະເຈົ້າພະບິດາ ແລະ ພະເຈົ້າພະມານດາໄປສູ່ທັງທົ່ວໂລກ
ແລະ ໃຫ້ຄວາມກະຈ່າງແຈ້ງແກ່ພວກເຂົາວ່າ ຄວາມສຳພັນລະຫວ່າງພະເຈົ້າກັບມະນຸດຊາດ ແມ່ນຄວາມສຳພັນລະຫວ່າງພໍ່ແມ່ ແລະ ລູກໆ.
ແຕ່ກຸງເຢລູຊາເລັມທີ່ເທິງຊັ້ນຟ້ານັ້ນເປັນອິດສະຫຼະ ແລະ ນາງກໍເປັນແມ່ຂອງພວກເຮົາ.
[ຄາລາເຕຍ 4:26]
“ເຮົາຈະເປັນພໍ່ຂອງພວກເຈົ້າ ພວກເຈົ້າຈະເປັນລູກຊາຍຍິງຂອງເຮົາ ພະຜູ້ເປັນເຈົ້າອົງຊົງລິດອໍານາດຍິ່ງໃຫຍ່ກ່າວຈາດັ່ງນີ້.”
[2 ໂກລິນໂທ 6:18]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ