ບໍ່ມີສິ່ງມີຊີວິດໃດໃນໂລກນີ້ມີຊີວິດໄດ້ ໂດຍປາສະຈາກນໍ້າ.
ໃນທຳນອງດຽວກັນ, ຖ້າຈິດວິນຍານຂອງພວກເຮົາບໍ່ໄດ້ຮັບນ້ຳແຫ່ງຊີວິດຄື ພະຄຳຂອງພະເຈົ້າ,
ພວກເຮົາຈະທົນທຸກທໍລະມານ ຈາກຄວາມກະຫາຍນໍ້າຝ່າຍຈິດວິນຍານ ແລະ ຕາຍໄປໃນທີ່ສຸດ.
ໃນພະຄໍາພີໄດ້ບັນທຶກໄວ້ວ່າ ພະວິນຍານ ແລະ ເຈົ້າສາວ ຊົງປະທານນໍ້າຊີວິດ.
ໃນທີ່ນີ້, ເຈົ້າສາວແມ່ນ ພະເຈົ້າ ຜູ້ຊົງເປັນແຫຼ່ງກໍາເນີດນໍ້າແຫ່ງຊີວິດ, ບໍ່ແມ່ນຄິດສະຕະຈັກ ຫຼື ຜູ້ເຊື່ອຖື.
ພຽງແຕ່ຢູ່ໃນຄິດສະຕະຈັກຂອງພະເຈົ້າເທົ່ານັ້ນ ທີ່ເຊື່ອໃນພະວິນຍານ ແລະ ເຈົ້າສາວ
ຄື ພະເຢຊູ ຜູ້ຊົງສະເດັດມາເທື່ອທີສອງ ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ
ຜູ້ຊົງສະເດັດມາໃນສະພາບເນື້ອໜັັງໃນສະໄໝນີ້, ພວກເຮົາຈຶ່ງສາມາດຊອກພົບນໍ້າແຫ່ງຊີວິດໄດ້.
ແລ້ວພະວິນຍານ ແລະ ເຈົ້າສາວກໍກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້ກໍຕ້ອງເວົ້າຄືກັນວ່າ “ມາເທາະ!”
ຈົ່ງມາເທາະ ຜູ້ໃດກໍຕາມທີ່ຫິວນໍ້າ; ຈົ່ງຮັບເອົານໍ້າແຫ່ງຊີວິດໄປດື່ມ ໂດຍບໍ່ຕ້ອງເສຍຄ່າ.
ພະນິມິດ 22:17
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ