ພະເຈົ້າ ພະຜູ້ຊ່ວຍໃຫ້ພົ້ນຂອງມະນຸດໄດ້ປະທານພະພອນແຫ່ງການອະໄພບາບ ແລະ
ອານາຈັກສະຫວັນທີ່ນິລັນຜ່ານປັດສະຄາ ແລະ ປະກາດຢ່າງໜັກແໜ້ນວ່າ ຜູ້ທີ່ປະຕິບັດຕາມ
ປັດສະຄາຈະຖືກຍອມຮັບວ່າ ເປັນປະຊາຊົນຂອງພະເຈົ້າ ຜູ້ທີ່ຈະໄດ້ຮັບສິດທິພົນລະເມືອງ
ແຫ່ງສະຫວັນ ແລະ ບັນລຸເຖິງຄວາມພົ້ນ.
ພະເຢຊູຜູ້ທີ່ໄດ້ສະເດັດມາເມື່ອ 2,000 ປີກ່ອນ, ເຊັ່ນດຽວກັນກັບ ພະອັນຊັງໂຮງ ແລະ
ພະເຈົ້າພະມານດາ ໃນສະໄໝນີ້ໄດ້ຊົງສັ່ງສອນພວກເຮົາສະເໝີມາວ່າ ການເອີ້ນຫາພະເຈົ້າ
ດ້ວຍປາກເທົ່ານັ້ນ ໂດຍບໍ່ປະຕິບັດຕາມປັດສະຄາເປັນຄວາມເຊື່ອທີ່ຄຸມເຄືອ.
ແລະ ເຫດຜົນທີ່ວ່າ ເປັນຫຍັງພະເຈົ້າໄດ້ຊົງປະທານປັດສະຄາຄັ້ງທີສອງແກ່ຜູ້ທີ່ບໍ່ສາມາດ
ຖືປັດສະຄາຕາມເວລາທີ່ກໍານົດໄວ້ ແມ່ນຍ້ອນວ່າ ປັດສະຄາ ເປັນເທດສະການທີ່ສໍາຄັນຫຼາຍ
ເຊິ່ງຈໍາແນກປະຊາຊົນທີ່ແທ້ຈິງຂອງພະເຈົ້າ.
(“ໃຫ້ປະຊາຊົນອິດສະລາເອນຖືປັດສະຄາ ຕາມເວລາທີ່ກໍານົດໄວ້, TH1971)...
ແຕ່ໄດ້ມີປະຊາຊົນບາງຄົນທີ່ເປັນມົນທິນ ຍ້ອນພວກເຂົາໄດ້ແຕະຕ້ອງຊາກສົບ
ແລະ ພວກເຂົາບໍ່ສາມາດສະຫຼອງປັດສະຄາໃນມື້ນັ້ນໄດ້...
ພະຜູ້ເປັນເຈົ້າໄດ້ບອກໂມເຊ... ເມື່ອຜູ້ໃດໃນພວກເຈົ້າ... ແຕ່ຍັງຕ້ອງການທີ່ຈະຖືປັດສະຄາຢູ່
ຈົ່ງໃຫ້ພວກເຂົາສະຫຼອງພິທີນີ້ໄດ້ເດືອນໜຶ່ງຕໍ່ມາ ຄືໃນຕອນແລງຂອງວັນທີສິບສີ່ຂອງເດືອນທີສອງ...
ແຕ່ຖ້າຜູ້ໃດຜູ້ໜຶ່ງ... ບໍ່ໄດ້ຖືປັດສະຄານີ້, ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ...
[ຈົດເຊັນບັນຊີ 9:2-13]
ຈັ່ງຊັ້ນແຫຼະ ພວກທ່ານຈຶ່ງຈະຮູ້ຈັກຜູ້ປະກາດພະຄໍາປອມ ດ້ວຍການກະທໍາຂອງພວກເຂົາ.
“ບໍ່ແມ່ນວ່າ ທຸກຄົນທີ່ເອີ້ນເຮົາວ່າ ‘ນາຍເຈົ້າຂ້າ ນາຍເຈົ້າຂ້າ’ ຈະເຂົ້າໄປໃນອານາຈັກ
ຂອງພະເຈົ້າ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມພະບິດາຂອງເຮົາ ຜູ້ສະຖິດຢູ່ໃນສະຫວັນ
ຕ້ອງການໃຫ້ເຂົາປະຕິບັດຕາມເທົ່ານັ້ນ.
[ມັດທາຍ 7:20-21]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ