ຖ້າພວກເຮົາກັບຄືນມາຫາພະເຈົ້າ ໂດຍຜ່ານຄໍາໝັ້ນສັນຍາໃໝ່ ປັດສະຄາ,
ພວກເຮົາກໍຈະໄດ້ຮັບອະໄພການບາບ ແລະ ຊີີວິດນິລັນ. ແຕ່ຖ້າຜູ້ໃດບໍ່ຢູ່ໃນຄໍາໝັ້ນສັນຍາຂອງພະເຈົ້າ, ພະເຈົ້າຈະຊົງໄປຈາກພວກເຂົາ; ໃນທີ່ສຸດ, ພວກເຂົາກໍຈະພົບກັບຈຸດຈົບທີ່ໜ້າສັງເວດ ເພາະວິນຍານຊົ່ວຮ້າຍ ເຂົ້າໄປໃນພວກເຂົາ ເໝືອນດັ່ງທີ່ພວກເຂົາໄດ້ເຮັດກັບກະສັດໂຊນ ແລະ ຢູດາ ອິດສະກາລີໂອດ.
ເມື່ອກະສັດເຮເສກີຢາ ໄດ້ຊົງສົ່ງຜູ້ສົ່ງຂ່າວໄປປະກາດວ່າ “ຈົ່ງກັບຄືນມາຫາພະເຈົ້າ ດ້ວຍການປະຕິບັດຕາມປັດສະຄາ”, ປະຊາຊົນໃນອິດສະລາເອນເໜືອ ໄດ້ດູໝິ່ນພວກເຂົາ
ແລະ ເຍາະເຍີ້ຍພວກເຂົາ. ໃນທີ່ສຸດ, ປະຊາຊົນເຫຼົ່ານີ້ ກໍໄດ້ຖືກທໍາລາຍ. ບັນດາຜູ້ຄົນໃນປະຈຸບັນ ທີ່ໂຕ້ຕອບໃນຮູບແບບດຽວກັນນີ້ ຈະພົບກັບຈຸດຈົບຢ່າງດຽວກັນ ກັບປະຊາຊົນໃນອິດສະລາເອນເໜືອ.
ເຖິງແມ່ນວ່າ ມີຫຼາຍຄິດສະຕະຈັກໃນໂລກນີ້, ພຽງແຕ່ຄິດສະຕະຈັກທີ່ປະຕິບັດຕາມປັດສະຄາ ເຊິ່ງເປັນພະສັນຍາຂອງພະເຈົ້າເທົ່ານັ້ນ ຈະສາມາດເວົ້າໄດ້ວ່າ ໄດ້ກັບຄືນມາຫາພະເຈົ້າ ແລະ ໄດ້ຮັບພະພອນ ເຊິ່ງເປັນຄິິດສະຕະຈັກທີ່ພະເຈົ້າຊົງສະຖິດຢູ່ກັບພວກເຂົາ.
“ເຮເສກີຢາ ຊົງຮັບສັ່ງໄປເຖິງອິດສະລາເອນ ແລະ ຢູດາທັງປວງ ແລະ ຊົງຂຽນຈົດໝາຍເຖິງ ເອຟະລາອີມ ກັບ ມານາເຊ ດ້ວຍວ່າ ເຂົາທັງຫຼາຍຄວນຈະມາຍັງ ພະວິຫານຂອງພະເຈົ້າ ທີ່ເຢລູຊາເລັມ ເພື່ອຈະປະຕິບັດຕາມເທດສະການປັດສະຄາ...ຈົ່ງກັບມາຫາພະເຢໂຮວາ ພະເຈົ້າຂອງອັບລາຮາມ, ອີຊາກ ແລະ ອິດສະລາເອນ.” [TH1971, 2 ຂ່າວຄາວ 30:1-6]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ