ພະຄໍາພີເປັນພິຍານເຖິງພະເຈົ້າພະບິດາ ແລະ ພະເຈົ້າພະມານດາ ຜ່ານທາງອາດາມ ແລະ ເອວາ.
ເຊັ່ນດຽວກັບທີ່ເອວາຖືກເອີ້ນວ່າ “ແມ່ຂອງມະນຸດທັງປວງ” ເພາະລາວໄດ້ໃຫ້ຊີວິດຝ່າຍກາຍແກ່ມະນຸດ ແລະ ພະເຈົ້າພະມານດາໄດ້ສະເດັດມາສູ່ໂລກນີ້ ເພື່ອໃຫ້ຊີວິດນິລັນແກ່ມະນຸດ.
ພະເຈົ້າຊົງກ່າວວ່າ “ບັດນີ້ ເຮົາຈະສ້າງມະນຸດໃຫ້ຄ້າຍຄືເຮົາ; ...” ແລ້ວໄດ້ຊົງສ້າງຊາຍ ແລະ ຍິງ, ແລະ ໃນພະຄໍາພີນັ້ນພະອົງໄດ້ຊົງນໍາໃຊ້ນາມພະຫຸພົດ “ເອໂລຮິມ” [ບັນດາພະເຈົ້າ] ຫຼາຍກວ່າ 2,500 ເທື່ອ. ຍິ່ງໄປກວ່ານັ້ນ, ພະອົງໄດ້ຊົງເປັນພິຍານວ່າ ພະເຈົ້າພະມານດາຊົງດໍາລົງຢູ່ ຄືຜູ້ຊົງປະທານຊີວິດນິລັນໃຫ້ແກ່ມະນຸດຊາດ ຜ່ານພະປະສົງແຫ່ງການເນລະມິດສ້າງທຸກສັບພະສິ່ງໃຫ້ໄດ້ຮັບຊີວິດ ໂດຍຜ່ານທາງແມ່ເທົ່ານັ້ນ.
ແລ້ວພະເຈົ້າກໍກ່າວວ່າ “ບັດນີ້ ເຮົາຈະສ້າງມະນຸດໃຫ້ຄ້າຍຄືເຮົາ; ...
ດັ່ງນັ້ນ ພະເຈົ້າຈຶ່ງສ້າງມະນຸດໃຫ້ຄ້າຍຄືພະອົງ. ພະອົງສ້າງເຂົາໃຫ້ເປັນຊາຍ ແລະ ຍິງ.
[ປະຖົມມະການ 1:26-27]
ອາດາມໃສ່ຊື່ໃຫ້ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງມະນຸດທັງປວງ.
[ປະຖົມມະການ 3:20]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ