ເທດສະການວັນຄືນພະຊົນໄດ້ສະແດງລິດອໍານາດຂອງພະເຈົ້າ ໂດຍການທໍາລາຍອໍານາດແຫ່ງຄວາມຕາຍ ດ້ວຍການເປັນຄືນມາຈາກຕາຍຂອງພະອົງ ແລະ ກາຍເປັນຮາກຖານຂອງການຟື້ນຟູຄິດສະຕະຈັກຕອນຕົ້ນ.
ມັນຍັງເປັນເທດສະການແຫ່ງຄວາມຊົມຊື່ນຍິນດີ ແລະ ຄວາມຫວັງ ທີ່ເຮັດໃຫ້ພວກເຮົາຮັກສາຄວາມເຊື່ອໄດ້ ເຖິງແມ່ນວ່າຈະຖືກກົດຂີ່ ແລະ ຂົ່ມເຫັງຢ່າງໜັກ.
ໃນເທດສະການວັນຄືນພະຊົນ, ພະເຈົ້າຊົງປະທານຄວາມຫວັງແຫ່ງຄວາມຊົມຊື່ນຍິນດີ ເຊິ່ງບັນດາຜູ້ທີ່ຕາຍຢູ່ໃນພະຄິດ ຈະປະສົບກັບການຄືນມາສູ່ຊີວິດ ແລະ ຜູ້ທີ່ຍັງມີຊີວິດຢູ່ຈະຖືກປ່ຽນແປງໃນພັບຕາດຽວ.
ນີ້ແມ່ນເທດສະການວັນຄືນພະຊົນແຫ່ງຄໍາໝັ້ນສັນຍາໃໝ່ ທີ່ປະຕິບັດຕາມຄໍາສັ່ງສອນຂອງ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ.
ບັດນີ້ ໃນເມື່ອມີການປະກາດທົ່ວໄປວ່າ ພະຄິດໄດ້ເປັນຄືນມາຈາກຕາຍ
ດ້ວຍເຫດໃດພວກເຈົ້າບາງຄົນຈຶ່ງເວົ້າວ່າ ຄົນຕາຍຈະບໍ່ເປັນຄືນມາສູ່ຊີວິດ?
ຖ້າສິ່ງທີ່ເຂົາກ່າວນັ້ນເປັນຈິງ ກໍໝາຍຄວາມວ່າ ພະຄິດບໍ່ໄດ້ເປັນຄືນມາຄືກັນ.
ແລະ ຖ້າພະຄິດບໍ່ໄດ້ຖືກບັນດານໃຫ້ເປັນຄືນມາຈາກຕາຍ
ພວກເຮົາກໍບໍ່ມີຫຍັງທີ່ຈະປະກາດ ແລະ ພວກເຈົ້າກໍບໍ່ມີຫຍັງທີ່ຈະເຊື່ອ.
[1 ໂກລິນໂທ 15:12-14]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ