ໂມເຊ ແມ່ນຄຳທຳນວຍລ່ວງໜ້າຂອງຄວາມຈິງ ໃນພະເຢຊູ.
ຊາວອິດສະລາເອນ ໄດ້ຊະນະການສູ້ຮົບໃນເລຟີດີມ ເມື່ອໂມເຊໄດ້ຍົກແຂນຂຶ້ນ.
ນີ້ແມ່ນຄໍາທໍານວາຍທີ່ວ່າ ປະຊາຊົນຂອງພະເຈົ້າ
ຈະໄຊຊະນະການຕໍ່ສູ້ຝ່າຍຈິດວິນຍານກັບຊາຕານ
ເມື່ອພະເຢຊູໄດ້ຊົງຖືກຍົກຂຶ້ນທີ່ເທິງໄມ້ກາງແຂນ.
ເມື່ອຊາວອິດສະລາເອນຖືກງູພິດຕອດ
ແລະ ພວກເຂົາຫຼາຍຄົນໄດ້ຕາຍໄປ, ພະເຈົ້າໄດ້ຊົງກ່າວວ່າ
“ຈົ່ງສ້າງງູ ແລະ ຕອກຕິດໄວ້ກັບເສົາ;
ຜູ້ໃດກໍ່ຕາມທີ່ຖືກງູພິດຕອດ ໃຫ້ແນມເບິ່ງມັນ ແລະ ຈະຖືກປິ່ນປົວໃຫ້ຫາຍດີ.”
ເຖິງຢ່າງໃດກໍ່ຕາມ, ພວກເຂົາໄດ້ລືມລິດອໍານາດແຫ່ງພະຄໍາຂອງພະເຈົ້າ
ທີ່ໄດ້ຊົງຊ່ວຍພວກເຂົາ ແລະ ໄດ້ຂາບໄຫວ້ຮູບງູທອງສໍາລິດເປັນເວລາ 800 ປີ.
ດັ່ງຜົນໄດ້ຮັບ, ພວກເຂົາໄດ້ຖືກທໍາລາຍໝົດ.
ນີ້ແມ່ນເງົາສະແດງວ່າ ຜູ້ຄົນໃນສະໄໝປັດຈຸບັນນີ້
ຈະຖືກທໍາລາຍ ຍ້ອນການນັບຖືໄມ້ກາງແຂນ,
ໂດຍລືມຄໍາໝັ້ນສັນຍາໃໝ່ທີ່ພະຄິດໄດ້ຊົງສ້າງຕັ້ງຂຶ້ນ
ໂດຍຜ່ານຄວາມເສຍສະຫຼະຂອງພະອົງ.
ບໍ່ແມ່ນພະປະສົງຂອງພະເຈົ້າທີ່ພວກເຮົາຕັ້ງໄມ້ກາງແຂນຂຶ້ນ.
ສໍາລັບຊາວຄິດສະຕຽນໃນຕອນຕົ້ນ,
ໄມ້ກາງແຂນບໍ່ມີຫຍັງ ແຕ່ເປັນໄມ້ທີ່ຖືກສາບແຊ່ງ ບ່ອນທີ່ພະເຢຊູຊົງຖືກຄຶງ.
“ຄໍາສາບແຊ່ງຂອງພະເຈົ້າ ຕົກຖືກທຸກໆຄົນ
ທີ່ໃຊ້ຫີນ, ໄມ້ ແລະ ໂລຫະເຮັດຮູບໂຄລົບ
ແລະ ຂາບໄຫວຮູບນັ້ນຢ່າງລັບລີ້;
ພະຜູ້ເປັນເຈົ້າກຽດຊັງການຂາບໄຫວ້ຮູບໂຄລົບ.
ແລະ ປະຊາຊົນທັງໝົດຈະພ້ອມກັນຕອບວ່າ ‘ອາແມນ!’” ພະບັນຍັດສອງ 27:15
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ