ເຫດຜົນທີ່ພະເຢຊູກາຍເປັນປະໂລຫິດໃຫຍ່ຕະຫຼອດໄປ ຕາມລະບຽບການຂອງເມນຄີເສເດັກ
ເພາະວ່າ ໃນສະໄໝນີ້ກໍມີປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ທີ່ພະອົງຊົງຕ້ອງດໍາເນີນການໃນຖານະປະໂລຫິດ.
ດັ່ງທີ່ເມນຄີເສເດັກໄດ້ອວຍພອນອັບລາຮາມ ດ້ວຍເຂົ້າຈີ່ກັບເຫຼົ້າອະງຸ່ນໃນສະໄໝພັນທະສັນຍາເດີມ,
ພະເຢຊູກໍໄດ້ຊົງປະທານພະພອນແຫ່ງຊີວິດນິລັນແກ່ມະນຸດຊາດ ດ້ວຍເຂົ້າຈີ່ກັບເຫຼົ້າອະງຸ່ນ.
ດັ່ງທີ່ພະເຢຊູ ຄື ພະຄິດ ພະອັນຊັງໂຮງ ຜູ້ຊົງສະເດັດມາເທື່ອທີສອງ
ໄດ້ຊົງເຮັດໜ້າທີ່ເປັນປະໂລຫິດໃຫຍ່ ຕາມລະບຽບການຂອງເມນຄີເສເດັກ
ໂດຍຊົງປະທານພະພອນແຫ່ງຊີວິດນິລັນ ດ້ວຍເຂົ້າຈີ່ກັບເຫຼົ້າອະງຸ່ນປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່.
ໃນສະໄໝນີ້, ພຽງແຕ່ບັນດາຜູ້ທີ່ຕິດຕາມລະບຽບການຂອງເມນຄີເສເດັກແຫ່ງຄໍາໝັ້ນສັນຍາໃໝ່, ບໍ່ແມ່ນຕາມລະບຽບການຂອງອາໂລນ ໃນພັນທະສັນຍາເດີມ ຈຶ່ງສາມາດກາຍເປັນລູກແຫ່ງພະສັນຍາ ຜູ້ທີ່ສືບທອດພະສັນຍາຂອງພະເຈົ້າ.
ສໍາລັບພວກທີ່ຕ້ອງໄດ້ຮັບຕາມທີ່ພະອົງໄດ້ສັນຍາໄວ້ນັ້ນ ພະເຈົ້າຢາກຊີ້ໃຫ້ຮູ້ຢ່າງຈະແຈ້ງຕື່ມອີກວ່າ ພະອົງຈະບໍ່ປ່ຽນແປງຄວາມປະສົງຂອງພະອົງຈັກເທື່ອ; ດັ່ງນັ້ນ ພະອົງຈຶ່ງຕື່ມຄໍາສາບານຂອງພະອົງ ເຂົ້າໃສ່ຄໍາສັນຍາ...
ພະເຢຊູໄດ້ເຂົ້າໄປໃນສະຖານທີ່ນັ້ນກ່ອນແທນພວກເຮົາແລ້ວ ແລະ ພະອົງກໍໄດ້
ເປັນປະໂລຫິດໃຫຍ່ຕະຫຼອດໄປ ຕາມລະບຽບການຂອງເມນຄີເສເດັກ.
[ເຮັບເລີ 6:17-20]
ຄວາມເລິກລັບນັ້ນຄືວ່າ: ໂດຍເລື່ອງຂ່າວປະເສີດ ຄົນບໍ່ເປັນຢິວມີສ່ວນກັບຄົນຢິວໃນພອນທັງຫຼາຍ;
ເຂົາເປັນອະໄວຍະວະສ່ວນຕ່າງໆໃນຮ່າງກາຍອັນດຽວກັນ ແລະ ມີສ່ວນໃນຄໍາສັນຍາທີ່ພະເຈົ້າໄດ້ເຮັດໄວ້ໂດຍທາງພະເຢຊູຄິດ.
[ເອເຟໂຊ 3:6]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ