ພຽງແຕ່ເມື່ອພະເຈົ້າຊົງສະເດັດມາເທົ່ານັ້ນ ມະນຸດຊາດຈຶ່ງສາມາດຮູ້ຈັກຄວາມຈິງຂອງຕົ້ນໄມ້ແຫ່ງຊີວິດ
ແລະ ເຂົ້າສູ່ອານາຈັກສະຫວັນໄດ້. ຜູ້ຄົນໄດ້ຂົ່ມເຫັງ ແລະ ຄຶງພະເຢຊູ ຜູ້ຊົງສະເດັດມາສູ່ໂລກນີ້
ເພື່ອຄວາມພົ້ນຂອງພວກເຂົາ, ແຕ່ພະຄິດ ພະອັນຊັງໂຮງ ໄດ້ຊົງສະເດັດມາສູ່ໂລກນີ້ອີກຄັ້ງ
ເພື່ອຊ່ວຍ ແລະ ປະທານຊີວິດໃຫ້ແກ່ບັນດາລູກຂອງພະອົງ.
ດັ່ງທີ່ມີບັນທຶກໄວ້ວ່າ “ພະອົງຈະມາປະກົດເທື່ອທີສອງ ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ຄອງຄອຍຖ້າພະອົງໃຫ້ພົ້ນ.” ພະຄິດ ພະອັນຊັງໂຮງ ໄດ້ຊົງສະເດັດມາສູ່ໂລກນີ້ ແລະ ພະອົງໄດ້ຊົງສັ່ງສອນພວກເຮົາກ່ຽວກັບ ປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ທີ່ມະນຸດຊາດໄດ້ສູນເສຍໄປ, ຊົງສໍາເລັດຄໍາທໍານວາຍທັງໝົດກ່ຽວກັບກະສັດດາວິດ ແລະ ໄດ້ຊົງເປີດເຜີຍ ພະມານດາແຫ່ງສະຫວັນເຢລູຊາເລັມ. ດ້ວຍເຫດນີ້, ບັນດາສະມາຊິກຂອງຄິດສະຕະຈັກຂອງພະເຈົ້າໃນປະຈຸບັນ
ຈຶ່ງມີຄວາມຫວັງແຫ່ງອານາຈັກສະຫວັນ ຢູ່ໃນສີໂອນ.
ທຸກໆຄົນຕ້ອງຕາຍເທື່ອດຽວ ແລະ ຫຼັງຈາກນັ້ນເຂົາຈະຖືກພິພາກສາໂດຍພະເຈົ້າ.
ໃນທໍານອງດຽວກັນນັ້ນແຫຼະ ພະຄິດໄດ້ຖວາຍພະອົງເອງ ເປັນເຄື່ອງບູຊາເທື່ອດຽວ
ເພື່ອຍົກການບາບຂອງຄົນຈໍານວນຫຼວງຫຼາຍ. ພະອົງຈະມາປະກົດເທື່ອທີສອງ
ບໍ່ແມ່ນເພື່ອຈັດການກັບບາບ ແຕ່ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ຄອງຄອຍຖ້າພະອົງໃຫ້ພົ້ນ.
[ເຮັບເລີ 9:27-28]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ