ປາແຊວມອນອາໄສຢູ່ໃນທະເລ ແລະ ຈາກນັ້ນກໍກັບຄືນໄປບ້ານເກີດຂອງພວກມັນເພື່ອວາງໄຂ່. ໃນຂະບວນການນັ້ນ, ເໝືອນດັ່ງປາແຊວມອນທີ່ອົດທົນຕໍ່ຄວາມເຈັບປວດໂດຍການໃຊ້ພະລັງງານທີ່ເກັບໄວ້ ໂດຍບໍ່ກິນອາຫານ, ພວກເຮົາກໍຕ້ອງເອົາຊະນະຄວາມເຈັບປວດຂອງການບັງເກີດໃໝ່ ໂດຍການປະຖິ້ມນິໄສ ແລະ ພຶດຕິກໍາທີ່ບໍ່ດີທັງໝົດທີ່ພວກເຮົາໄດ້ຮຽນຮູ້ໃນໂລກນີ້ ແລະ ພະຍາຍາມກັບຄືນສູ່ບ້ານເກີດແຫ່ງສະຫວັນທີ່ນິລັນ ບ່ອນທີ່ພະບິດາ ພະມານດາຊົງສະຖິດຢູ່.
ໃນເວລານີ້, ເມື່ອທຸກຊົນຊາດກໍາລັງບິນມາສູ່ອ້ອມກອດຂອງເຢລູຊາເລັມ ພະມານດາແຫ່ງສະຫວັນ ຕາມທີ່ໄດ້ທໍານວາຍໄວ້ໃນພະຄໍາພີ, ສະມາຊິກໃນຄິດສະຕະຈັກຂອງພະເຈົ້າປະຕິບັດຕາມ “ຖ້ອຍຄໍາແຫ່ງຄວາມຮັກຂອງແມ່” ຕາມຄໍາສອນຂອງພະອົງສະເໝີ ແລະ ເປີດເຜີຍສະຫງ່າລາສີຂອງເຢລູຊາເລັມ ພະມານດາແຫ່ງສະຫວັນແກ່ທົ່ວໂລກ ໂດຍຜ່ານການກະທໍາທີ່ດີຂອງພວກເຂົາ.
ຢ່າດໍາເນີນຊີວິດຄືຢ່າງຊາວໂລກນີ້; ແຕ່ຈົ່ງໃຫ້ພະເຈົ້າປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແຕ່ຈົ່ງໃຫ້ພະເຈົ້າປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລະອຸປະນິໄສຂອງພວກເຈົ້າກໍຈະປ່ຽນໃໝ່ຢ່າງໝົດສິ້ນ. ແລ້ວພວກເຈົ້າກໍຈະຮູ້ຄວາມປະສົງຂອງພະເຈົ້າຄື: ຈະຮູ້ວ່າອັນໃດດີ, ອັນໃດທີ່ຖືກໃຈພະອົງ, ແລະອັນໃດດີທີ່ສຸດ. ໂລມ 12:2
ເຢລູຊາເລັມ! ຈົ່ງລຸກຂຶ້ນສ່ອງແຈ້ງດັ່ງຕາເວັນ ພະຜູ້ເປັນເຈົ້າຈະໃຫ້ສະຫງ່າລາສີສ່ອງໃສ່ເຈົ້າ! ສ່ວນຊົນຊາດອື່ນໆນັ້ນມືດຈະປົກຄຸມພວກເຂົາ ແຕ່ສໍາລັບເຈົ້າເອງແສງແຈ້ງຈະສ່ອງໃສ່ເຈົ້າ; ເປັນແສງແຈ້ງທີ່ມາຈາກພະຜູ້ເປັນເຈົ້າເນີ ຄືພະອົງຈະມາຢູ່ນໍາດ້ວຍສະຫງ່າລາສີນັ້ນ. ແສງແຈ້ງຂອງເຈົ້າຈະນໍາບັນດາຊົນຊາດເຂົ້າມາ ກະສັດຈະເຂົ້າສູ່ແສງແຈ້ງໃນມື້ໃໝ່ຂອງເຈົ້າ. ເອຊາຢາ 60:1-3
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ