ການຂ້າມທະເລແດງຂອງຊາວອິດສະລາເອນເປັນສັນຍາລັກເຖິງ ການເຂົ້າໄປໃນອຸບມຸງຂອງພະເຢຊູ
ແລະ ການຂຶ້ນຝັ່ງຈາກທະເລແດງຂອງຊາວອິດສະລາເອນ ແມ່ນຄໍາທໍານວາຍຂອງການຄືນພະຊົນຂອງພະເຢຊູ.
ພະເຈົ້າໄດ້ຊົງຕັ້ງເທດສະການວັນແຫ່ງຜົນຜະລິດເທື່ອທໍາອິດໃນພັນທະສັນຍາເດີມ
ເພື່ອທີ່ພວກເຮົາຈະບໍ່ລືມວຽກງານນີ້.
ດັ່ງທີ່ເທດສະການວັນແຫ່ງຜົນຜະລິດເທື່ອທໍາອິດຖືກປະຕິບັດຕາມໃນວັນອາທິດທໍາອິດ ຫຼັງຈາກເທດສະການປັດສະຄາ ແລະ ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນພັນທະສັນຍາເດີມ, ການຄືນພະຊົນຂອງພະເຢຊູ ຜູ້ຊົງເປັນຜົນແຮກຂອງບັນດາຜູ້ທີ່ຕາຍໄປແລ້ວ ກໍໄດ້ເກີດຂຶ້ນໃນວັນອາທິດ. ດ້ວຍເຫດນີ້, ຜູ້ເຊື່ອຖືໃນຄິດສະຕະຈັກຕອນຕົ້ນຈຶ່ງມີຄວາມເຊື່ອວ່າ ເຖິງແມ່ນວ່າພວກເຂົາຈະຕາຍ ແຕ່ຈະມີຊີວິດອີກ ແລະ ພວກເຂົາໄດ້ພົບຄວາມຊົມຊື່ນຢູ່ສະເໝີ ໃນການປະກາດຂ່າວດີແຫ່ງຄວາມພົ້ນ ໂດຍການຢືນຢູ່ຂ້າງຂອງພະເຈົ້າ.
ແຕ່ຄວາມຈິງມີຢູ່ວ່າ ພະຄິດໄດ້ເປັນຄືນມາຈາກຕາຍແທ້
ໂດຍເປັນຫຼັກປະກັນວ່າ ບັນດາຄົນທີ່ຕາຍໄປນັ້ນ
ຈະເປັນຄືນມາຄືກັນ. (ແລະ ຊົງເປັນຜົນແຮກ
ໃນພວກຄົນທີ່ລ່ວງລັບໄປແລ້ວນັ້ນ, RLV)
[1 ໂກລິນໂທ 15:20]
ພະເຢຊູຮ້ອງສຽງດັງອີກເທື່ອໜຶ່ງ ແລ້ວກໍສິ້ນລົມຫັນໃຈ. ແລ້ວຜ້າກັ້ງໃນພະວິຫານ ກໍຂາດອອກເປັນສອງຕ່ອນ ແຕ່ເທິງຮອດລຸ່ມ. ແຜ່ນດິນໂລກຫວັ່ນໄຫວ ແລະ ໂງ່ນຫີນກໍຍະອອກເປັນປ່ຽງປ່ຽງ ອຸບມຸງຝັງສົບທັງຫຼາຍ ໄດ້ແຕກອ້າໄຂອອກ ແລ້ວປະຊາຊົນຂອງພະເຈົ້າຫຼາຍຄົນ ທີ່ຕາຍໄປແລ້ວ ກໍຄືນສູ່ຊີວິດ. ແລະ ອອກຈາກອຸບມຸງຂອງພວກຕົນໄປ. ຕໍ່ມາຫຼັງຈາກພະເຢຊູເປັນຄືນມາຈາກຕາຍແລ້ວ ໝູ່ເຂົາກໍເຂົ້າໄປໃນນະຄອນສັກສິດ ບ່ອນທີ່ຫຼາຍຄົນໄດ້ເຫັນໝູ່ເຂົາ.
[ມັດທາຍ 27:51–53]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ