ກະສັດໂຊໂລໂມນ ໄດ້ກ່າວວ່າ ການຢໍາເກງພະເຈົ້າເປັນໜ້າທີ່ຂອງມະນຸດທຸກຄົນ ແລະ ພະເຢຊູຊົງກ່າວວ່າ ຄໍາສັ່ງຂໍ້ໃຫຍ່ ແລະ ຂໍ້ສໍາຄັນທີ່ສຸດແມ່ນ ການຮັກພະເຈົ້າດ້ວຍສຸດຫົວໃຈ ແລະ ສຸດຄວາມຄິດຂອງພວກເຮົາ.
ພະອົງໄດ້ສ້າງຕັ້ງພະບັນຍັດແຫ່ງຄໍາໝັ້ນສັນຍາໃໝ່ ໂດຍກ່າວວ່າ ຄວາມຮັກແມ່ນການປະຕິບັດຕາມ
ພະຂໍ້ຄໍາສັ່ງຢ່າງຄົບຖ້ວນ.
ພະເຈົ້າໄດ້ຊົງຖືກຄຶງເທິງໄມ້ກາງແຂນ ເພາະພະອົງຊົງຮັກມະນຸດຫຼາຍ. ສັດທັງໝົດທີ່ຖືກຖວາຍ ຕາມພະບັນຍັດແຫ່ງພັນທະສັນຍາເດີມ ເປັນສັນຍາລັກເຖິງ ພະເຈົ້າ ເຊິ່ງທ້າຍສຸດແລ້ວແມ່ນເປັນພິຍານເຖິງ ການທີ່ພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ ຜູ້ທີ່ໄດ້ຊົງສະເດັດມາໃນສະໄໝພະວິນຍານບໍລິສຸດ ຈະຕັ້ງຄໍາໝັ້ນສັນຍາໃໝ່ ລວມທັງມື້ພະ ແລະ ເທດສະການປັດສະຄາ ເພື່ອຄວາມພົ້ນຂອງມະນຸດຊາດ.
ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ: ຈົ່ງຢໍາເກງພະເຈົ້າ ແລະ ເຮັດຕາມຂໍ້ຄໍາສັ່ງຂອງພະອົງ ເພາະພະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້ (ເພາະນີ້ແຫຼະເປັນໜ້າທີ່ຂອງມະນຸດທັງປວງ, TH1971)
[ປັນຍາຈານ 12:13]
ຝ່າຍລູກທັງຫຼາຍ ແມ່ນໜ້າທີ່ຂອງພວກເຈົ້າໃນຖານະທີ່ເປັນຊາວຄິດ ທີ່ຈະນົບນ້ອມຍອມຟັງພໍ່ແມ່ຂອງຕົນ ເພາະຄວາມປະພຶດເຊັ່ນນັ້ນເປັນສິ່ງທີ່ຖືກຕ້ອງ. “ຈົ່ງນັບຖືພໍ່ແມ່ຂອງຕົນ” ແມ່ນພະຄໍາສັ່ງຂໍ້ທີໜຶ່ງ ເຊິ່ງມີຄໍາສັນຍາຕື່ມເຂົ້າດ້ວຍວ່າ: “ເພື່ອເຈົ້າຈະຢູ່ເຢັນເປັນສຸກ ແລະ ມີອາຍຸໝັ້ນຍືນຢູ່ໃນດິນແດນນີ້”.
[ເອເຟໂຊ 6:1-3]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ