ຜູ້ປະກາດພະຄໍາ ຜູ້ທີ່ບັນທຶກພະຄໍາພີ ໄດ້ດໍາລົງຊີວິດຢູ່ໃນຍຸກທີ່ແຕກຕ່າງ ແລະ ມີອາຊີບທີ່ແຕກຕ່າງ ແລະ ບຸກຄະລິກກະພາບທີ່ແຕກຕ່າງກັນ, ແຕ່ພວກເຂົາໄດ້ຮັບການດົນໃຈຈາກພະວິນຍານບໍລິສຸດຂອງພະເຈົ້າ ພວກເຂົາຈຶ່ງໄດ້ປະຄໍາທໍານວາຍທີ່ສອດຄ່ອງກັນໄວ້ ເຊິ່ງເຮັດໃຫ້ພວກເຮົາຮູ້ແຈ້ງກ່ຽວກັບ “ເປັນຫຍັງມະນຸດຈຶ່ງລົງມາສູ່ໂລກນີ້ ແລະ ພວກເຮົາກໍາລັງມຸ່ງໜ້າໄປໃສ”.
ເນື່ອງຈາກພະຄໍາພີເປັນຄວາມຈິງ, ພວກເຮົາຈຶ່ງຕ້ອງເຊື່ອໃນຄໍາທໍານວາຍກ່ຽວກັບພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ. ປຶ້ມເອຊາຢາ ໄດ້ທໍານວາຍກ່ຽວກັບຄວາມທຸກທໍລະມານຂອງພະເຢຊູໄວ້ 700 ປີກ່ອນການສະເດັດມາຂອງພະອົງ ແລະ ປື້ມໂຢບ ໄດ້ບັນທຶກກ່ຽວກັບວັດທະຈັກຂອງນໍ້າ ແລະ ຄວາມຈິງທີ່ວ່າ ແຜ່ນດິນໂລກຖືກແຂວນໄວ້ໃນອາວະກາດເມື່ອ 3,500 ປີກ່ອນ ເຊິ່ງເປັນຄວາມຈິງທີ່ວິທະຍາສາດຫາກໍຄົ້ນພົບ ໃນສະຕະວັດທີ 17 ເທົ່ານັ້ນ.
ພະຄໍາພີທຸກຕອນໄດ້ຮັບການບັນດົນໃຈຈາກພະເຈົ້າ ແລະ ເປັນປະໂຫຍດສໍາລັບສັ່ງສອນຄວາມຈິງ, ຕິຕຽນວ່າກ່າວຜູ້ເຮັດຜິດ, ດັດແປງແກ້ໄຂຄວາມຜິດ ແລະ ໃຫ້ຄໍາແນະນໍາສໍາລັບດໍາເນີນຊີວິດ ໃນຄວາມຊອບທໍາ. ເພື່ອວ່າຄົນທີ່ຮັບໃຊ້ພະເຈົ້າຈະໄດ້ມີຄຸນສົມບັດຢ່າງຄົບຖ້ວນ ແລະ ມີຄວາມສາມາດຢ່າງເຕັມທີ ເພື່ອປະກອບຄວາມດີທຸກປະການ
[2 ຕີໂມທີ 3:16–17]
ພະເຈົ້າໄດ້ພືທ້ອງຟ້າອອກສູ່ທາງທິດເໜືອ ແລະ ແຂວນແຜ່ນດິນໂລກໄວ້ໃນທີ່ວ່າງເປົ່າ.
[ໂຢບ 26:7]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ