ຜູ້ຄົນຄິດວ່າ ຈຸດຈົບຂອງຊີວິດຢູ່ໃນໂລກນີ້ ແມ່ນຈຸດຈົບຂອງທຸກໆສິ່ງ ແຕ່ສະຫວັນ ແລະ ນະຮົກດໍາລົງຢູ່, ແລະ ເມື່ອຊີວິດຂອງພວກເຂົາໃນໂລກສາມມິຕິຈົບລົງ, ພວກເຂົາທຸກຄົນຈະກັບຄືນສູ່ໂລກເດີມ. ພະເຢຊູໄດ້ຊົງແບກເອົາຄວາມບາບຂອງມະນຸດຊາດເທິງໄມ້ກາງແຂນ ແລະ ໄດ້ຊົງຕັ້ງຄໍາໝັ້ນສັນຍາໃໝ່ ເພື່ອນໍາພາບັນດາລູກທີ່ຮັກຂອງພະອົງໄປສູ່ສະຫວັນ, ບໍ່ແມ່ນໄປສູ່ນະຮົກ ເຊິ່ງເປັນສະຖານທີ່ແຫ່ງການລົງໂທດ.
ດັ່ງທີ່ໄດ້ອະທິບາຍໄວ້ໃນພະຄໍາພີ, ນະຮົກ ເປັນສະຖານທີ່ແຫ່ງຄວາມທຸກທໍລະມານອັນຍິ່ງໃຫຍ່. ດ້ວຍເຫດນີ້, ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຈຶ່ງຊົງເຮັດໃຫ້ຄໍາໝັ້ນສັນຍາໃໝ່ເປັນທີ່ຮູ້ຈັກອີກຄັ້ງ ໂດຍຊົງປະທານໂອກາດໃຫ້ແກ່ມະນຸດຊາດ ໃນການເພີດເພີນກັບສະຫງ່າລາສີທີ່ນິລັນໃນອານາຈັກສະຫວັນ.
ທຸກໆຄົນຕ້ອງຕາຍເທື່ອດຽວ ແລະ ຫຼັງຈາກນັ້ນ ເຂົາຈະຖືກພິພາກສາໂດຍພະເຈົ້າ. ເຮັບເລີ 9:27
ແລ້ວພະຍາມານທີ່ໄດ້ຫຼອກລວງພວກເຂົານັ້ນ ກໍຖືກຖິ້ມລົງໃນບຶງໄຟແລະມາດ ບ່ອນທີ່ສັດຮ້າຍ ແລະ ຜູ້ປະກາດພະຄໍາປອມຖືກຖິ້ມລົງໄປແລ້ວນັ້ນ ແລະ ພວກມັນຈະຕ້ອງຖືກທົນທຸກທໍລະມານທັງກາງເວັນ ແລະ ກາງຄືນຢູ່ຕະຫຼອດໄປເປັນນິດ. ... ພວກເຂົາທັງໝົດໄດ້ຖືກຕັດສິນຕາມການກະທໍາຂອງພວກຕົນ. ແລ້ວຄວາມຕາຍ ແລະ ແດນມໍລະນາ ກໍໄດ້ຖືກຖິ້ມລົງໃນບຶງໄຟ. (ບຶງໄຟນີ້ແຫຼະ ເປັນຄວາມຕາຍຄັ້ງທີສອງ.) ພະນິມິດ 20:10-14
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ