ຖ້າພວກເຮົາເຊື່ອໃນຂ່າວປະເສີດແຫ່ງຄໍາໝັ້ນສັນຍາໃໝ່, ເຂົ້າໃຈໃນພະບັນຍັດຂອງພະເຈົ້າຢ່າງຖືກຕ້ອງ
ແລະ ປະຕິບັດຕາມ, ພວກເຮົາກໍຈະສາມາດຮັບຊີວິດນິລັນ, ກາຍເປັນປະໂລຫິດດັ່ງກະສັດ ແລະ ສືບທອດອານາຈັກຂອງພະເຈົ້າໄດ້. ຍິ່ງໄປກວ່ານັ້ນ, ພະບັນຍັດຂອງພະເຈົ້າຈະນໍາພາພວກເຮົາໄປຫາພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ ເຢລູຊາເລັມໃໝ່ ແລະ ນໍາພາພວກເຮົາໄປສູ່ຄວາມພົ້ນທີ່ລັນ.
ບັນດາຜູ້ປະກາດພະຄໍາລວມທັງເອຊາຢາ ບອກພວກເຮົາວ່າ ຄວາມເຊື່ອທີ່ວ່າ “ພວກເຮົາບໍ່ຈໍາເປັນຕ້ອງປະຕິບັດຕາມພະບັນຍັດຂອງພະເຈົ້າ” ສຸດທ້າຍຈະນໍາໄປສູ່ໄພພິບັດຢ່າງຫຼວງຫຼາຍໃນໂລກນີ້.
ບັນດາຜູ້ທີ່ປະຕິບັດຕາມພະບັນຍັດຂອງພະເຈົ້າ ຕາມທີ່ກໍານົດໄວ້ຈະໄດ້ຮັບຄວາມຊົມຊື່ນຍິນດີ, ຄວາມສຸກ ແລະສັນຕິສຸກ, ໃນຂະນະທີ່ຜູ້ທີ່ປະຕິເສດພະບັນຍັດຂອງພະເຈົ້າ ຈະປະສົບກັບໄພພິບັດຕ່າງໆ ແລະ ຄໍາສາບແຊ່ງ ເປັນຜົນແຫ່ງຄວາມຄິດຂອງພວກເຂົາ.
ສະນັ້ນ ພະຜູ້ເປັນເຈົ້າຈຶ່ງກ່າວວ່າ “ຊົນຊາດທັງຫຼາຍເອີຍຈົ່ງຟັງ ແລະ ຮຽນຮູ້ສິ່ງທີ່ກໍາລັງເກີດຂຶ້ນຕໍ່ປະຊາຊົນຂອງເຮົາ. ແຜ່ນດິນໂລກເອີຍ ຈົ່ງຟັງເທີ້ນ!
ເຮົາຈະນໍາເອົາໄພພິບັດມາຍັງປະຊາຊົນເຫຼົ່ານີ້ຄື (ຜົນແຫ່ງຄວາມຄິດທັງຫຼາຍຂອງເຂົາ
ເພາະເຂົາບໍ່ໄດ້ເຊື່ອຟັງຖ້ອຍຄໍາຂອງເຮົາ ສ່ວນພະບັນຍັດຂອງເຮົານັ້ນເຂົາກໍປະຕິເສດເສຍ, KJV”.
[ເຢເລມີຢາ 6:18–19]
ແລະ ພະອົງຈະໃຫ້ພວກເຈົ້າຜູ້ທີ່ຖືກທົນທຸກ ໄດ້ຮັບຄວາມບັນເທົາຮ່ວມກັບພວກເຮົາດ້ວຍ.
ພະອົງຈະກະທໍາການນີ້ ເມື່ອພະເຢຊູເຈົ້າຈາກຟ້າສະຫວັນມາປະກົດພ້ອມດ້ວຍຝູງທູດສະຫວັນຕົນຊົງລິດ,
ພ້ອມດ້ວຍແປວໄຟອັນຮ້ອນກ້າ, ເພື່ອລົງໂທດຜູ້ທີ່ປະຕິເສດພະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດ
ເລື່ອງພະເຢຊູເຈົ້າຂອງພວກເຮົາ.
[2 ເທຊະໂລນິກ 1:7–8]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ