ພະຄໍາພີ ແລະ ບັນດາຜູ້ປະກາດພະຄໍາພິຍານວ່າ ເຫດຜົນທີ່ພະຄິດຊົງສະເດັດມາເທື່ອທີສອງ ແມ່ນເພື່ອທໍາລາຍຄວາມຕາຍ ນັ້ນແມ່ນເພື່ອປະທານຊີວິດນິລັນແກ່ມະນຸດຊາດ ແລະ ນໍາພາພວກເຂົາໄປສູ່ອານາຈັກສະຫວັນ. ວິທີດຽວສໍາລັບມະນຸດຊາດ ຜູ້ທີ່ເຮັດບາບ ເຊິ່ງສົມຄວນໄດ້ຮັບຄວາມຕາຍໃນສະຫວັນ ຈະໄດ້ຮັບຊີວິດນິລັນແມ່ນ ໂດຍການກິນເນື້ອກາຍ ແລະ ດື່ມເລືອດຂອງພະເຢຊູ ຜ່ານເທດສະການປັດສະຄາ ເຊັ່ນດຽວກັນກັບເມື່ອ 2,000 ປີກ່ອນ.
ຕາມຄໍາທໍານວາຍຂອງເອຊາຢາທີ່ກ່າວວ່າ ມີພຽງແຕ່ພະເຈົ້າເທົ່ານັ້ນທີ່ສາມາດຈັດຕຽມງານກິນລ້ຽງໃຫຍ່ ທີ່ທໍາລາຍຄວາມຕາຍຕະຫຼອດໄປໄດ້, ຜູ້ທີ່ທໍາລາຍຄວາມຕາຍ ໂດຍຜ່ານເທດສະການປັດສະຄາ ແມ່ນພະຄິດ ພະອັນຊັງໂຮງ. ດັ່ງນັ້ນ, ສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ຈຶ່ງເຊື່ອໃນພະອັນຊັງໂຮງ ວ່າເປັນພະເຈົ້າ ແລະ ປະຕິບັດຕາມເທດສະການປັດສະຄາ.
ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະ ດື່ມເລືອດຂອງເຮົາ ກໍມີຊີວິດອັນຕະຫຼອດໄປເປັນນິດ ແລະ ເຮົາຈະໃຫ້ເຂົາເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ.
[ໂຢຮັນ 6:54]
ທີ່ເທິງພູສີໂອນບ່ອນນີ້ ພະຜູ້ເປັນເຈົ້າອົງຊົງລິດອໍານາດຍິ່ງໃຫຍ່ ຈະຕຽມງານກິນລ້ຽງໃຫຍ່ ສໍາລັບຊົນຊາດທັງໝົດໃນໂລກ ຄືການກິນລ້ຽງໃຫຍ່ທີ່ມີອາຫານບໍລິບູນທີ່ສຸດ ແລະ ມີເຫຼົ້າອະງຸ່ນທີ່ດີເລີດ... ພະເຈົ້າແຫ່ງຈັກກະວານຈະທໍາລາຍຄວາມຕາຍຕະຫຼອດໄປ!...
ເມື່ອເຫດການນັ້ນເກີດຂຶ້ນ ທຸກຄົນກໍຈະເວົ້າວ່າ “ພະອົງເປັນພະເຈົ້າຂອງຂ້າພະອົງທັງຫຼາຍ! ພວກຂ້າພະອົງເຊື່ອ ແລະໄວ້ວາງໃຈໃນພະອົງ; ສະນັ້ນພະອົງຈຶ່ງຊ່ວຍກູ້ເອົາຂ້າພະອົງທັງຫຼາຍໄວ້. ...”
[ເອຊາຢາ 25:6–9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ