ຊາຕານໄດ້ຫຼອກລວງປະຊາຊົນຂອງພະເຈົ້າ ເພື່ອຂັບໄລ່ພວກເຂົາອອກຈາກສະຫວັນມາສູ່ໂລກນີ້ ແລະ ຍັງຫຼອກລວງພວກເຂົາຕໍ່ໄປ ເພື່ອບໍ່ໃຫ້ພວກເຂົາກັບຄືນສູ່ອານາຈັກສະຫວັນ.
ກ່ຽວກັບເລື່ອງນີ້, ມັນໄດ້ຍົກເລີກມື້ພະ ແລະ ປັດສະຄາ ເພື່ອຂັດຂວາງບໍ່ໃຫ້ປະຊາຊົນຂອງພະເຈົ້າ ນະມັດສະການພະອົງ, ແລະ ໄດ້ນໍາເອົາປະເພນີຂອງພະຕາເວັນເຊັ່ນ: ການນະມັດສະການໃນວັນອາທິດ ແລະ ວັນຄິດສະມາດ ເຂົ້າມາໃນພະວິຫານຂອງພະເຈົ້າ.
ເອລີຢາໄດ້ຜາບແພ້ຜູ້ປະກາດພະຄໍາປອມ 850 ຄົນດ້ວຍການຖວາຍນະມັດສະການແດ່ພະເຈົ້າ ແລະ ພະເຢຊູໄດ້ຊົງເອົາຊະນະຊາຕານ ດ້ວຍພະຄຳທີ່ວ່າ “ຈົ່ງນະມັດສະການພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງເຈົ້າ ແລະ ກົ້ມຂາບຮັບໃຊ້ແຕ່ພະອົງເທົ່ານັ້ນ!”. ໃນສະໄໝພະວິນຍານບໍລິສຸດ, ພະຄິດພະອັນຊັງໂຮງ ແລະ ພະເຈົ້າພະມານດາ ໄດ້ຊົງສັ່ງສອນພວກເຮົາວ່າ ໂດຍຜ່ານການປະຕິບັດຕາມຄໍາໝັ້ນສັນຍາໃໝ່, ພວກເຮົາຈະສາມາດຮັບໃຊ້ພະເຈົ້າພຽງອົງດຽວ ເພື່ອຮັບການອະໄພບາບ ແລະ ກັບຄືນສູ່ອານາຈັກສະຫວັນທີ່ນິລັນໄດ້.
ຢ່າເຮັດຕາມຮີດຄອງຂອງປະຊາຊົນຊາວເອຢິບ ບ່ອນທີ່ຄັ້ງໜຶ່ງນັ້ນພວກເຈົ້າເຄີຍໄດ້ອາໄສຢູ່ ຫຼື ເຮັດຕາມຮີດຄອງຂອງປະຊາຊົນທີ່ການາອານ ບ່ອນທີ່ເຮົາກຳລັງນຳພາພວກເຈົ້າເຂົ້າໄປ. ຈົ່ງເຊື່ອຟັງບັນຍັດຂອງເຮົາ ແລະ ເຮັດແຕ່ສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ທໍ່ນັ້ນ,... ການປະຕິບັດຕາມຄຳສັ່ງດັ່ງກ່າວນີ້ເປັນການຊ່ວຍຊີວິດຂອງພວກເຈົ້າເອງ. ເຮົາແມ່ນພະຜູ້ເປັນເຈົ້າ”. [ລະບຽບພວກເລວີ 18:3-5]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ